Тестовий режим. Платформа працює в режимі випробування: частина можливостей ще незавершена, дані можуть змінюватися, а окремі сторінки — виглядати або рахуватися неточно. Як читати показники · Якщо профіль стосується вас
SciNodus
СтаттяЗовнішня публікація🌐 українська

ປະເມນຜນການນາໃຊເຕກນກການສອນແບບ JIGSAW ເຂາໃນການຈດການຮຽນ-ການສອນ ວຊາວທສດສອນພະລະສກສາ ສາລບນກສກສາ ປທ 3 ຄະນະວທະຍາສາດການກລາ-ກາຍະກາ ມະຫາວທະຍາໄລແຫງຊາດ

Viengkhone CHANTHAMALAChanthalad PHUMPHIPHAKVanhnapha XAYAVONGPhilavanh ChanthakalyVongvilay Saiyabandith

Анотація

ການສຶກສາຄົ້ນຄວ້າຄັ້ງນີ້ ຜູ້ຄົ້ນຄວ້າມີຈຸດປະສົງເພື່ອ: 1) ເພື່ອສຶກສາປະສິດທິພາບຂອງບົດສອນວິຊາ ວິທີສິດສອນພະລະສຶກສາ ໂດຍນໍາໃຊ້ເຕັກນິກການສອນແບບ JIGSAW ຕາມເກນ 80/80; 2) ເພື່ອສຶກສາປະສິດທິຜົນການຮຽນຮູ້ຂອງນັກສຶກສາທີ່ຮຽນວິຊາ ວິທີສິດສອນພະລະສຶກສາ ໂດຍນໍາໃຊ້ເຕັກນິກການສອນແບບ JIGSAW; ກຸ່ມທົດລອງທີ່ໃຊ້ໃນການສຶກສາ ແມ່ນນັກສຶກສາຄູພະລະສຶກສາ ປີ 3 ຄະນະວິທະຍາ ສາດການກີລາ-ກາຍະກໍາ ມະຫາວິທະຍາໄລແຫ່ງຊາດ ຈໍານວນ 30 ຄົນ, ຍິງ 12 ຄົນ, ເຄື່ອງມືທີ່ໃຊ້ໃນການຄົ້ນຄວ້າປະກອບມີບົດສອນຈໍານວນ 5 ບົດ, ມີຄ່າຄວາມສອດຄ່ອງເທົ່າກັບ 1.00, ແບບທົດສອບຍ່ອຍ 5 ຊຸດ, ແບບທົດສອບກ່ອນ ແລະ ຫຼັງຮຽນ 1 ຊຸດ ຈໍານວນ 25 ຂໍ້ ມີຄ່າຄວາມສອດຄ່ອງເທົ່າກັບ 1.00, ມີຄວາມຍາກ-ງ່າຍ (p) ຢູ່ໃນລະຫວ່າງ 0.63 ຫາ 0.80, ຄ່າອໍານາດຈໍາແນກ (r) ຢູ່ໃນລະຫວ່າງ 0.20 ຫາ 0.40 ແລະ ຄ່າຄວາມເຊື່ອໝັ້ນ (KR-20: "r" _"tt " ) = 0.76. ຜົນການຄົ້ນຄວ້າພົບວ່າ: ປະສິດທິພາບຂອງບົດສອນ (E1/E2) ວິຊາ ວິທີສິດສອນພະລະສຶກສາ ໂດຍນໍາໃຊ້ເຕັກນິກການສອນແບບ JIGSAW ພົບວ່າ: ປະສິດທິພາບຂອງບົດສອນ ເທົ່າກັບ 84.21 /85.67 ສູງກວ່າເກນທີ່ຕັ້ງໄວ້ 80/80 ແລະ ປະສິດທິຜົນການຮຽນຂອງນັກສຶກສາ (EI) ໂດຍນໍາໃຊ້ເຕັກນິກການສອນແບບ JIGSAW ເຂົ້າໃນການສອນວິຊາ ວິທີສິດສອນພະລະສຶກສາ ພົບວ່າ: ປະສິດທິຜົນການຮຽນຂອງນັກສຶກສາ ເທົ່າກັບ 0.66, ສະແດງວ່າມີຄວາມສອດຄ່ອງກັບສົມມຸດ ຖານ, ນັກສຶກສາມີຄວາມຮູ້ເພີ່ມຂຶ້ນຄິດເປັນສ່ວນຮ້ອຍເທົ່າກັບ 66 ສ່ວນຮ້ອຍ ເຊິ່ງສູງກວ່າເກນທີ່ຕັ້ງໄວ້ 0.50.

Класифікація

Ідентифікатори

Рецензій ще немає. Будьте першим!

Коментарі до статті

Коментарів ще немає

Увійдіть щоб залишити коментар

Схожі роботи